Ad

Ad

28 April 2014

ລົດເກັງສະປອດ ຕຳເສົາໄຟເຍືອງທາງ ແລະ ຕົ້ນໄມ້ ຄົນຂັບເສຍຊີວິດ



       ເຈົ້າໜ້າທີ່ຕຳຫຼວດຈະລາຈອນນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ວ່າ: ເວລາ ປະມານ 2 ໂມງເຊົ້າຂອງວັນທີ 27 ເມສາ ນີ້ ໄດ້ເກີດອຸປະຕິເຫດລົດເກັງ ( ປະເພດ ລົດສະປອດ ) ໝາຍເລກ ທະບຽນ ນກ 3555 ກຳແພງນະຄອນ ຕຳເອົາຫຼັກເສົາໄຟ ເຍືອງທາງ ແລະ ຕົ້ນໄມ້ຢູ່ເສັ້ນທາງສາມແສນໄທ ເຂດບ້ານຊຽງຢືນ ເມືອງຈັນທະ ບູລີ ນະຄອນຫຼວງວຽງຈັນ ຊຶ່ງເຮັດໃຫ້ຄົນຂັບ ລົດ ຊື່ ທ້າວ ກ້າ ອາຍຸ 21 ປີ ຢູ່ບ້ານ ໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ  ເສຍຊີວິດຢູ່ໂຮງໝໍ, ສ່ວນ ໝູ່ຜູ້ຊາຍທີ່ຂີ່ມານຳໜຶ່ງຄົນໄດ້ຮັບບາດເຈັບສາຫັດ. ສາເຫດຂອງອຸປະຕິເຫດເຈົ້າໜ້າ ທີ່ຄາດວ່າຍ້ອນດື່ມສິ່ງມຶນເມົາ ແລະ ຂັບຂີ່ລົດ ດ້ວຍຄວາມໄວສູງ.
       ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ໃຫ້ຮູ້ວ່າ: ໃນອາທິດຜ່ານມານີ້ ຢູ່ນະຄອນຫຼວງວຽງຈັນມີອຸປະຕິເຫດເກີດຂຶ້ນ 30 ກວ່າ ເລື່ອງສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 6 ຄົນ ທຽບໃສ່ອາທິດກ່ອນໜ້ານີ້ ຈຳນວນອຸປະຕິເຫດມີລັກສະນະເພີ່ມຂຶ້ນ.

No comments:

Post a Comment